AGREE! ການສ້າງໂອກາດໃຫ້ໄວໜຸ່ມໃນເຂດຊົນນະບົດ.

  • AGREE ຫຍໍ້ມາຈາກ ‘ການສົ່ງເສີມໄວໜຸ່ມເຂດຊົນນະບົດ ໃຫ້ເຂົ້າເຖິງວຽກເຮັດງານທໍາ ແລະເປັນຜູ້ປະກອບການໃນທຸລະກິດກະສິກໍາສີຂຽວ’.  ກິດຈະກໍາດັ່ງກ່າວແມ່ນຈັດຕັ້ງປະຕິບັດພາຍໃຕ້ຍຸດທະສາດຂອງໂຄງການ LURAS ວ່າດ້ວຍການສົ່ງເສີມໄວໜຸ່ມໃຫ້ມີສ່ວນຮ່ວມ (YES!).
  • ໄວໜຸ່ມຫຼາຍພັນຄົນ ເລືອກທີ່ຈະອອກຈາກບ້ານຂອງເຂົາເຈົ້າເພື່ອໄປຊອກຫາວຽກເຮັດງານທໍາໃນເມືອງ ຫຼື ຢູ່ຕ່າງປະເທດ.  ທ່າອ່ຽງດັ່ງກ່າວນີ້ ໄດ້ສ້າງຜົນປະໂຫຍດໃຫ້ຫຼາຍໆຄອບຄົວ, ແຕ່ຖ້າຫາກວ່າຕ້ອງການຈະຮັກສາກະສິກໍາໃຫ້ ເປັນສ່ວນໜຶ່ງທີ່ສໍາຄັນຂອງສັງຄົມ ແລະ ເສດຖະກິດຂອງປະເທດລາວແລ້ວ ໄວໜຸ່ມຢູ່ເຂດຊົນນະບົດແມ່ນຕ້ອງການໂອກາດເຂົ້າເຖິງວຽກເຮັດງານທໍາໃນທ້ອງຖິ່ນ.   
  • ເປົ້າໝາຍຫລັກຂອງໄວໜຸ່ມສ່ວນໃຫຍ່ແມ່ນຢາກ ມີຄວາມເປັນອິດສະຫລະ ທາງດ້ານການເງິນ.  ໜ້ອຍຄົນທີ່ຕ້ອງການເຮັດຟາມຂອງຄອບຄົວ  ຖ້າຫາກພວກເຂົາບໍ່ໄດ້ເຮັດການ ຕັດສິນໃຈ ຫຼື ໄດ້ຮັບຄ່າຈ້າງ.  ແຕ່ກໍ່ມີໄວໜຸ່ມຈໍານວນໜຶ່ງທີ່ ຢາກເຮັດວຽກຢູ່ບ້ານຂອງຕົນເອງ ຖ້າກາກວ່າເຂົາເຈົ້າສາມາດເຂົົ້າເຖິງການຈ້າງງານທີ່ມີຄ່າຈ້າງ ແລະ ເຂົ້າເຖິງຊັບພະຍາກອນ ສິ່ງອໍານວຍຄວາມສະດວກທີ່ຈະເຮັດໃຫ້ເຂົາເຈົ້າເຮັດທຸລະກິດຂອງເຂົາເຈົ້າເອງໄດ້.
  • AGREE ມຸ່ງຫວັງທີ່ຈະ ສ້າງໂອກາດ ແລະ ສ້າງກໍາໄລໃຫ້ແກ່ໄວໜຸ່ມຢູ່ເຂດຊົນນະບົດທີ່ຕ້ອງການທີ່ຈະຢູ່ຊຸມຊົນຂອງຕົນເອງ ແລະ ເພື່ອປະກອບສ່ວນເຂົ້າໃນການພັດທະນາສະພາບເສດຖະກິດຂອງທ້ອງຖິ່ນໃຫ້ເຂັ້ມແຂງ.  

Leave a comment