ໃນວັນທີ 22 ກໍລະກົດ 2022 ທີ່ຜ່ານມາ ໄວໜຸ່ມ 30 ຄົນ ລວມມີ: ເມືອງ ຈຳປາສັກ 16 ຄົນ, ສຸຂຸມາ 2 ຄົນ, ໂພນທອງ 6 ຄົນ, ນະຄອນປາກເຊ 2 ຄົນ, ປາກຊ່ອງ 1 ຄົນ, ບາຈຽງ 1 ຄົນ, ສະນະສົມບູນ 1 ຄົນ ແລະ ເມືອງ ປະທຸມພອນ 1 ຄົນ ໄດ້ຮັບທຶນສໍາລັບລິເລີ່ມທຸລະກິດຂະໜາດນ້ອຍ ປະເພດຕ່າງໆ ລວມມີ ຕັດຫຍິບ, ລ້ຽງສັດ, ການປະມົງ, ປູກຝັງ, ສັດຕະວະແພດ, ປຸງແຕ່ງອາຫານ, ສ້ອມແປງລົດຍົນ ແລະ ຊ່າງໄຟຟ້າ ໃນມູນຄ່າທັງໝົດກວ່າ 299 ລ້ານກີບ ພາຍໃຕ້ໂຄງການ ໄວໜຸ່ມເພື່ອການປັບຕົວ ແລະ ເຂົ້າເຖິງໂອກາດທີ່ຫຼາກຫຼາຍ ໃນສະພາບການລະບາດຂອງພະຍາດ COVID 19 (YCRP), ທີ່ວິທະຍາໄລ ຄູປາກເຊ. ໂຄງການດັ່ງກ່າວ ໄດ້ຮັບການສະໜັບສະໜຸນຈາກ ອົງການ ການຮ່ວມມື ເພື່ອການພັດທະນາ ຂອງປະເທດສະວິດເຊີແລນ (SDC) ແລະ ອົງການ ເຮວວິຕັດ (Helvetas).
ໂດຍເປົ້າໝາຍຂອງໂຄງການແມ່ນເລັ່ງໃສ່ການສ້າງໂອກາດໃຫ້ໄວໜຸ່ມ ແລະ ແຮງງານເຄື່ອນຍ້າຍກັບພູມລຳເນົາຂອງຕົນ ເນື່ອງຈາກໄດ້ຮັບຜົນກະທົບຈາກການລະບາດຂອງພະຍາດໂຄວິດ-19 ໃຫ້ສາມາດສ້າງລາຍໄດ້ໃຫ້ແກ່ໄວຫນຸ່ມເຫຼົ່ານັ້ນ ລວມໄປເຖິງການແກ້ໄຂບັນຫາຄວາມຮຸນແຮງທາງເພດ ແລະ ການເຄື່ອນຍ້າຍແຮງງານທີ່ຖືກຕ້ອງຕາມກົດໝາຍ.
