ການລົງເຄື່ອນໄຫວວຽກງານກິດຈະກຳສົ່ງເສີມໄວໜຸ່ມໃຫ້ເຂົ້າເຖິງວຽກເຮັດງານທຳ ແລະ ເປັນຜູ້ລິເລີ່ມດ້ານກະສິກຳ ທີ່ແຂວງ ອຸດົມໄຊ.

ໃນວັນທີ 27-29 ກໍລະກົດ 2022 ທີ່ຜ່ານມາ ທ່ານ ນາງ ສຸດທິດາ ມຸງຄຸນສະຫວັດ ຫົວໜ້າຫ້ອງການພາກສະໜາມ ແລະ ທີ່ປຶກສາວຽກສົ່ງເສີມໄວໜຸ່ມ ແລະ ນາງ ແໝ່ມ ໝັ້ນລົມ ຜູ້ປະສານງານໄວໜຸ່ມ ຈາກໂຄງການ LURAS ພ້ອມດ້ວຍທີມງານ ໄດ້ລົງເຄື່ອນໄຫວເຮັດວຽກ ກັບຄະນະຊາວໜຸ່ມແຂວງ ອຸດົມໄຊ ໂດຍການຕ້ອນຮັບຈາກສະຫາຍ ຄຳແບ່ງ ຈັນມະນີ ຮອງເລຂາຄະນະ ບໍລິຫານງານຊາວໜຸ່ມແຂວງ.

ຈຸດປະສົງ ແມ່ນລົງເຄື່ອນໄຫວວຽກງານໂຄງການໂດຍສະເພາະແມ່ນກິດຈະກຳສົ່ງເສີມໄວໜຸ່ມໃຫ້ເຂົ້າເຖິງວຽກເຮັດງານທຳ ແລະ ເປັນຜູ້ລິເລີ່ມດ້ານກະສິກຳ. ກິດຈະກຳດັ່ງກ່າວ ແມ່ນສົ່ງເສີມໄວໜຸ່ມທີ່ມີ ອາຍຸ 18 – 28 ປີ, ເພື່ອສະໜັບສະໜູນໄວໜຸ່ມທີ່ມີຄວາມສົນໃຈ ປະກອບອາຊີບການລິເລີ່ມໃນຂະແໜງການກະສິກຳຫຼາຍຂຶ້ນ ແລະ ລຸດຜ່ອນການເຄື່ອນຍ້າຍແຮງງານຂອງໄວໜຸ່ມ.

ກິດຈະກຳນີ້ ຈະຈັດຕັ້ງປະຕິບັດ ແຕ່ປີ 2023-2025 ເປັນໄລຍະ 3 ປີ ແລະ ກວມເອົາ 7 ເມືອງ ຂອງແຂວງອຸດົມໄຊ. ຄະນະທີມງານຈາກໂຄງການ LURAS ແລະ ຄະນະຊາວໜຸ່ມໄດ້ວາງແຜນຮ່ວມກັນ ເຊິ່ງແຜນຄາດຄະເນເບື້ອງຕົ້ນ ແມ່ນຈະໄດ້ເລີ່ມຈັດຕັ້ງປະຕິບັດທ້າຍປີ 2022 ໃນການປະກາດຮັບສະໝັກ ໄວໜຸ່ມເພື່ອເຂົ້າຮ່ວມໂຄງການດັ່ງກ່າວ.

ຂໍ້ມູນຈາກ: ຂ່າວຊາວໜຸ່ມແຂວງ ອຸດົມໄຊ

Unknown's avatar

Author: laotea

Lao Tea Appreciation network

Leave a comment