ໃນວັນທີ 2 ສິງຫາ 2022 ທີ່ຜ່ານມາ ໄດ້ມີການຈັດພິທີປິດຊຸດຝຶກອົບຮົມໄລຍະສັ້ນໃຫ້ແກ່ໄວໜຸ່ມ ແຂວງ ຊຽງຂວາງ ແລະ ແຂວງ ຫົວພັນ ທີ່ຫ້ອງປະຊຸມຂອງ ວິທະຍາໄລກະສິກຳ ແລະ ປ່າໄມ້ ພາກເໜືອ, ໂດຍການເປັນປະທານ ຂອງ ທ່ານ ປອ. ອຸໄທ ສຸກຂີ ຮັກສາການອໍານວຍການ ວິທະຍາໄລກະສິກຳ ແລະ ປ່າໄມ້ ພາກເໜືອ, ທ່ານ ນາງ ສຸດທິດາ ມຸງຄຸນສະຫວັດ ຫົວໜ້າຫ້ອງການພາກສະໜາມ ແລະ ທີ່ປຶກສາວຽກງານສົ່ງເສີມໄວໜຸ່ມ ໂຄງການບໍລິການ-ສົ່ງເສີມກະສິກໍາຮອບດ້ານ, ທ່ານ ນາງ ແໝ່ມ ໝັ້ນລົມ ຜູ້ປະສານງານສົ່ງເສີມຜູ້ປະກອບການໄວໜຸ່ມເຂດຊົນນະບົດ, ມີບັນດາຄູຝຶກ ພ້ອມດ້ວຍນັກສໍາມະນາກອນ ເຂົ້າຮ່ວມ.


ການຝຶກອົບຮົມນີ້ແມ່ນເລີ່ມແຕ່ ວັນທີ 4 ກໍລະກົດ ຫາ ວັນທີ 2 ສິງຫາ 2022, ໂດຍມີນັກສໍາມະນາກອນເຂົ້າຮ່ວມຝຶກອົບຮົມທັງໝົດ 30 ຄົນ, ໃນນັ້ນມີແມ່ຍິງ 12 ຄົນ. ການຝຶກອົບຮົມແມ່ນມີທັງໝົດ 7 ຫົວຂໍ້ຄື: ເຕັກນິກການລ້ຽງ ແລະ ປະສົມພັນ ປາ-ກົບ, ເຕັກນິກການລ້ຽງໝູ, ເຕັກນິກການລ້ຽງແບ້, ເຕັກນິກການຂະຫຍາຍພັນພືດ, ເຕັກນິກການປູກເຫັດ-ຜະລິດຫົວເຊື້ອເຫັດ, ເຕັກນິກການປູກຜັກແບບກະສິກຳອິນຊີ ແລະ ເຕັກນິກການແປຮູບສະໝຸນໄພ.


ໃນການຝຶກອົບຮົມ ໄວໜຸ່ມ ໄດ້ຮຽນຮູ້ພາກທິດສະດີຢູ່ໃນຫ້ອງຮຽນ ແລະ ໄດ້ລົງເຮັດພາກປະຕິບັດໃນສະຖານທີ່ຕົວຈິງ. ຜ່ານການປະເມີນຄວາມເພິ່ງພໍໃຈ ຂອງນັກສໍາມະນາກອນໃນການຝຶກອົບຮົມ ທັງ 7 ຫົວຂໍ້ ກວມເອົາ 92,77 %, ຫຼັງການທັດສະນະສຶກສາຕົວຈິງ ກວມເອົາ 89,61 % ແລະ ຄວາມເພິ່ງພໍໃຈຂອງຄູຝຶກຕໍ່ກັບນັກສໍາມະນາກອນ ກວມເອົາ 96,86 %. ຫຼັງຈາກນັ້ນ ກໍໄດ້ມອບໃບຢັ້ງຢືນການຝຶກອົບຮົມໃຫ້ແກ່ນັກສຳມະນາກອນທັງໝົດຢ່າງສົມກຽດ.

ຂໍ້ມູນຂ່າວຈາກ: ວິທະຍາໄລກະສິກຳ ແລະ ປ່າໄມ້ ພາກເໜືອ
