

ທ້າວ ຕຸ້ຍ ຈັນທະບຸນທຳ ເປັນຄອບຄົວໜຶ່ງ ທີ່ພົ້ນເດັ່ນໃນການສ້າງເສດຖະກິດຄອບຄົວ ສາມາດສ້າງລາຍຮັບ ແລະ ເຮັດໃຫ້ຄອບຄົວຫຼຸດພົ້ນອອກຈາກຄອບຄົວທຸກຍາກໄດ້. ໃນເມື່ອກ່ອນຄອບຄົວຂອງລາວເປັນຄອບຄົວທຸກຍາກ ອາໃສຢູ່ບ້ານ ນໍ້າຟ້າ, ເມືອງ ວຽງພູຄາ, ແຂວງ ຫຼວງນໍ້າທາ ແລະ ຕໍ່ມາຄອບຄົວຈິ່ງໄດ້ຍົກຍ້າຍມາຕັ້ງໂຮງສີເຂົ້າຂະໜາດນ້ອຍໃນ ບ້ານ ພູເດດ, ເມືອງ ວຽງພູຄາ, ແຂວງ ຫຼວງນໍ້າທາ. ລາວໄດ້ໄປສຶກສາຢູ່ທີ່ວິທະຍາໄລກະສິກຳ ແລະ ປ່າໄມ້ພາກເໜືອ ແຂວງຫຼວງພະບາງ, ພ້ອມທັງໄດ້ເຂົ້າຮ່ວມການແຂ່ງຂັນການສ້າງຜູ້ປະກອບການໄວໜຸ່ມ ຫຼື AGREE ຢູ່ທີ່ວິທະຍາໄລກະສິກໍາ ແລະ ປ່າໄມ້ພາກເໜືອແຂວງ ຫຼວງພະບາງ, ເຊິ່ງໄດ້ຮັບທຶນທັງໝົດ 16 ລ້ານກີບ. ຫຼັງຈາກຮຽນຈົບປີ 2019 ກໍ່ໄດ້ເຂົ້າເປັນອາສາສະໝັກຂອງຫ້ອງການກະສິກຳ ແລະ ປ່າໄມ້ ເມືອງ ວຽງພູຄາ ແລະ ໄດ້ເລີ່ມເຮັດທຸລະກິດຂະໜາດນ້ອຍ, ເຊິ່ງມີແຮງງານຕົ້ນຕໍ 2 ຄົນໃນການເລີ່ມຕົ້ນຈັດຕັ້ງປະຕິບັດ.


ຕໍ່ມາທ້າວຕຸ້ຍໄດ້ລາອອກຈາການເປັນອາສາສະໝັກທີ່ຫ້ອງການກະສິກໍາ ແລະ ປ່າໄມ້ເມືອງ ແລະ ໄດ້ຫັນມາເຮັດທຸລະກິດຢ່າງເຕັມຮູບແບບ, ໂດຍເລີ່ມຈາກການລ້ຽງໄກ່ພັນໄຂ່ ຈຳນວນ 60 ໂຕ, ຮອດປີ 2020 ລາວໄດ້ປັບປຸງ ແລະ ຂະຫຍາຍການລ້ຽງໄກ່ພັນໄຂ່ອອກເປັນ 800 ໂຕ. ນອກຈາກການລ້ຽງໄກ່ພັນໄຂ່ແລ້ວຍັງໄດ້ລ້ຽງປາ, ໝູ, ຜະລິດເຫຼົ້າຂາວ ແລະ ເຮັດສວນ ສະໜອງເຂົ້າຕະຫຼາດພາຍໃນ. ປັດຈຸບັນສາມາດສ້າງລາຍຮັບໄດ້ 15-20 ລ້ານກີບ/ເດືອນ (ບໍ່ທັນຫັກຄ່າໃຊ້ຈ່າຍ) ເຮັດໃຫ້ຄອບຄົວຫຼຸດພົ້ນອອກຈາກຄວາມທຸກຍາກ.


ທ້າວ ຕຸ້ຍ ຍັງກ່າວຕື່ມວ່າ: ໃນຕໍ່ໜ້າຈະມີການຂະຫຍາຍຟາມໄກ່ອອກໃຫ້ຫຼາຍກວ່າເກົ່າ, ປູກໝາກໄມ້ຂາຍໃຫ້ໄດ້ 50 ລ້ານກີບ/ເດືອນ, ຜະລິດເຫຼົ້າຂາຍ 20 ລ້ານກີບ/ເດືອນ, ຂາຍປາ ແລະ ຜະລິດຕະພັນອື່ນໆອີກ ລວມລາຍຮັບທັງໝົດໃຫ້ໄດ້ 90 -100 ລ້ານກີບຕໍ່ເດືອນ. ລາວຍັງໄດ້ຮຽກຮ້ອງມາຍັງທາງພາກ-ລັດໃຫ້ການຊຸກຍູ້ຊ່ວຍເຫຼືອ, ສົ່ງເສີມໃຫ້ໄວໝຸ່ມລາວໃຫ້ໄດ້ມີໂອກາດ ແລະ ໄດ້ຮັບທຶນຮອນເພື່ອເປັນການສ້າງວຽກເຮັດງານທຳໃຫ້ໄວໜຸ່ມອີກດ້ວຍ.

ຂ່າວ: ກິ່ນນາລົມ
ຂໍ້ມູນຈາກ: ຂ່າວສານ ແຂວງ ຫຼວງນ້ຳທາ.
