ໃນຕອນເຊົ້າຂອງວັນທີ 15 ສິງຫາ 2022 ສູນພັດທະນາວິຊາຊີບ ຄະນະບໍລິຫານງານຊາວໜຸ່ມ ແຂວງຫົວພັນຮ່ວມກັບໂຄງການ ບໍລິການ-ສົ່ງເສີມກະສິກໍາຮອບດ້ານ (LURAS) ໄດ້ເປີດພິທີ ການຝຶກອົບຮົມຂຽນແຜນທຸລະກິດ ໃນກິດຈະກໍາສົ່ງເສີມໄວໜຸ່ມເຂົ້າເຖິິງວຽກເຮັດງານທໍາ ແລະ ເປັນຜູ້ປະກອບການຂັ້ນລິເລີ່ມ ໃນຂະແໜງກະສິກໍາ ໂດຍການເຂົ້າຮ່ວມຂອງສະຫາຍ ນ. ແສງເພັດ ພິມມະນີ ຮອງເລຂາ ຄະນະບໍລິຫານງານຊາວໜຸ່ມແຂວງ, ມີຄະນະຮັບຜິດຊອບກິດຈະກໍາສົ່ງເສີມໄວໜຸ່ມ, ບັນດາອາຈານ ຈາກກຸ່ມສະມາຄົມນັກທຸລະກິດໜຸ່ມແຫ່ງຊາດ ພ້ອມດ້ວຍໄວໜຸ່ມເຂົ້າຮ່ວມ.


ການຝຶກອົບຮົມແມ່ນຈະໄດ້ດຳເນີນເປັນເວລາ 5 ວັນ ນັບແຕ່ວັນທີ 15-19 ສິງຫາ 2022, ເຊິ່ງຈຸດປະສົງໃນການຝຶກອົບຮົມຄັ້ງນີ້ແມ່ນເພື່ອໃຫ້ໄວໜຸ່ມເຂົ້າໃຈ ແລະ ຮຽນຮູ້ວິທີການຂຽນແຜນທຸລະກິດຂອງຕົນເອງ.


ບົດຮຽນທີ່ໄວໜຸ່ມຈະໄດ້ຝຶກອົບຮົມ ແລະ ຮຽນຮູ້ແມ່ນລວມມີ: ແຜນທຸລະກິດ ພາກຄວາມຮູ້ດ້ານຂະແໜງການກະສິກຳ, ລົງເກັບກຳຂໍ້ມູນເພື່ອການຕະຫຼາດ (ປະເພດສິນຄ້າ, ລາຄາ ແລະ ສະພາບລວມ) ເພື່ອເຂົ້າໃຈເຖິງຄວາມຕ້ອງການຂອງຕະຫຼາດ ພ້ອມທັງໄດ້ຮູ້ຈັກກັບຜູ້ຊື້ ຫຼື ແມ່ຄ້າຂາຍສົ່ງ, ການສັງລວມຂໍ້ມູນທີ່ສຶກສາຈາກຕະຫຼາດນຳມາລົງໃນແຜນທຸລະກິດ, ການສ້າງປະຫວັດສິນຄ້າ ແລະ ທຸລະກິດ, ການຕັ້ງລາຄາສິນຄ້າ, ການຕະຫຼາດ ແລະ ການຕະຫຼາດອອນລາຍ ແລະ ລວມທັງພື້ນຖານການເງິນອີກດ້ວຍ.
