ກອງປະຊຸມຜ່ານເນື້ອໃນຫຼັກສູດຝຶກອົບຮົມດ້ານຄວາມຮູ້ພື້ນຖານໃນການເຮັດທຸລະກິດກະສິກຳສໍາລັບຊາວກະສິກອນຂະໜາດນ້ອຍ

ໃນວັນທີ 23-24/8/2022 ທີ່ຜ່ານມາ ທາງທີມງານໂຄງການ ບໍລິການ-ສົ່ງເສີມກະສິກຳຮອບດ້ານ (LURAS) ຮ່ວມກັບ ອົງການອາຫານ ແລະ ການກະເສດແຫ່ງສະຫະປະຊາຊາດ (FAO) ແລະ ວິທະຍາໄລກະສິກຳ ແລະ ປ່າໄມ້ພາກເໜືອ ໄດ້ຈັດກອງປະຊຸມທົບທວນ ເນື້ອໃນຫຼັກສູດຝຶກອົບຮົມດ້ານຄວາມຮູ້ພື້ນຖານໃນການເຮັດທຸລະກິດກະສິກຳສໍາລັບຊາວກະສິກອນຂະໜາດນ້ອຍ, ຈຸດປະສົງ ແມ່ນທົບທວນ, ປັບປຸງໃຫ້ຫຼັກສູດດັ່ງກ່າວເປັນສະບັບສົມບູນ ແລະ ນຳໃຊ້ໄດ້.

ໃນກອງປະຊຸມຄັ້ງນີ້ ບັນດາທີມງານ ໄດ້ຮ່ວມກັນພັດທະນາ ເນື້ອໃນຫຼັກສູດການຝຶກອົບຮົມດ້ານຄວາມຮູ້ພື້ນຖານ ໃນການເຮັດທຸລະກິດກະສິກຳສໍາລັບຊາວກະສິກອນຂະໜາດນ້ອຍ ໃຫ້ມີຄວາມສົມບູນ, ເພື່ອມອບໃຫ້ ເຄືອຂ່າຍຊາວກະສິກອນລາວ (LFN) ເປັນຜູ້ນຳໄປສືບຕໍ່ເຜີຍແຜ່ ແລະ ຊົມໃຊ້ຝຶກອົບຮົມໃຫ້ແກ່ສະມາຊິກ ໃນເຄືອຄ່າຍຊາວກະສິກອນຂອງຕົນເອງ ແລະ ນອກຈາກນັ້ນແມ່ນເພື່ອໃຫ້ມີຄວາມຮູ້, ທັກສະໃນການໄປຕໍ່ເຕີມ ພັດທະນາກິດຈະກຳຂອງຕົນເອງໃຫ້ດີຂື້ນກວ່າເກົ່າ.

Unknown's avatar

Author: laotea

Lao Tea Appreciation network

Leave a comment