ໂຄງການກັບບ້ານກັນ ປີທີ6

ໂຄງການ “ກັບບ້ານກັນ” ແມ່ນໂຄງການທີ່ໃຫ້ທຶນຂະໜາດນ້ອຍແກ່ນັກສຶກສາທີ່ຢູ່ຮົ້ວມະຫາໄລຮຽນໃນລະດັບຊັ້ນວິທະຍາໄລ ຫຼື ມະຫາວິທະຍາໄລ ເພື່ອໄດ້ທິດລອງທາງ ເຮັດໂຄງການຂອງຕົນເອງ, ໂດຍມີເງື່ອນໄຂໃຫ້ນັກສຶກສາ ນະຄອນຫຼວງ ແລະ ຕ່າງແຂວງ ໄດ້ເຮັດໂຄງການໃດໜຶ່ງ ເພື່ອພັດທະນາບ້ານເກີດ ຕົນເອງ ຫຼື ຂອງໝູ່ຮ່ວມກັນ.

ໂຄງການ “ກັບບ້ານກັນ” ແມ່ນລິເລີ່ມດໍາເນີນມາແຕ່ປີ 2017 ຈົນເຖິງປັດຈຸບັນ ແລະ ໄດ້ໃຫ້ທຶນແກ່ນັກສຶກສາໃນການເຮັດໂຄງການພັດທະນາທັງໝົດ 43 ໂຄງການທົ່ວປະເທດ.

ໃນເທື່ອນີ້ກັບມາອີກແລ້ວ, ທີມງານໂຄງການກັບບ້ານກັນໄດ້ລົງໄປເຜີຍແຜ່ໂຄສະນາກ່ຽວກັບໂຄງການ “ກັບບ້ານກັນ ປີທີ6” ທີ່ ໂຮງຮຽນ ວິທະຍາໄລ ເຕັກນິກ-ວິຊາຊີບ ມິດຕະພາບ ວຽງຈັນ-ຮ່າໂນ້ຍ ໃນວັນທີ 19 ກັນຍາ 2022 ທີ່ຜ່ານມາ. ນອກຈາກນີ້, ຍັງໄດ້ມີການຫຼິ້ນກິດຈະກຳ ແລະ ຖາມຕອບ ຮັບລາງວັນອີກດ້ວຍ.

ໃນເທື່ອຕໍ່ໄປເຮົາມາຕິດຕາມນຳກັນວ່າ ໂຄງການ “ກັບບ້ານກັນ” ຈະໄປເຜີຍແຜ່ທີ່ໂຮງຮຽນໃດ ແລະ ມີກິດຈະກຳໃດທີ່ໜ້າຕື່ນເຕັ້ນຫຍັງແນ່. ແລ້ວມາມ່ວນນໍາກັນ!

ຂໍ້ມູນຈາກ: ໂຄງການກັບບ້ານກັນ

Unknown's avatar

Author: laotea

Lao Tea Appreciation network

Leave a comment