ກອງປະຊຸມກວດແຜນທຸລະກິດໄວໜຸ່ມ ໃນກິດຈະກຳ AGREE ຄັ້ງວັນທີ 3-4 ຕຸລາ 2022

ວັນທີ 3 ຕຸລາ 2022 ຄະນະບໍລິຫານງານຊາວໜຸ່ມແຂວງ ຮ່ວມກັບ ໂຄງການບໍລິການ-ສົ່ງເສີມກະສິກຳຮອບດ້ານ (LURAS) ໄດ້ຈັດກອງປະຊຸມກວດແຜນທຸລະກິດໄວໜຸ່ມ ໃນກິດຈະກຳສົ່ງເສີມໄວໜຸ່ມໃຫ້ເຂົ້າເຖິງວຽກເຮັດງານທຳ ແລະ ເປັນຜູ້ປະກອບການລິເລີ່ມໃນຂະແໜງການກະສິກຳ (AGREE) ທີ່ສູນພັດທະນາວິຊາຊີບຊາວໜຸ່ມແຂວງ. ໂດຍມີຕາງໜ້າຈາກພາກສ່ວນ ຄະນະບໍລິຫານງານຊາວໜຸ່ມແຂວງ ຊຽງຂວາງ, ໂຄງການ LURAS ປະຈໍາແຂວງຊຽງຂວາງ, ຂະແໜງສົ່ງເສີມກະສິກຳ ແລະ ສະຫະກອນ, ຕາງໜ້າຈາກພະແນກກະສິກຳ ແລະ ປ່າໄມ້ແຂວງ ແລະ ພະແນກອຸດສາຫະກຳ ແລະ ການຄ້າແຂວງ ເຂົ້າຮ່ວມຢ່າງພ້ອມພຽງ. ກອງປະຊຸມດັ່ງກ່າວແມ່ນໄດ້ດຳເນີນເປັນເວລາສອງວັນ ແຕ່ວັນທີ 3-4 ຕຸລາ 2022.

ຈຸດປະສົງຂະກອງປະຊຸມຄັ້ງນີ້ແມ່ນ ເພື່ອກວດກາ ແລະ ຄັດເລືອກແຜນທຸລະກິດທີ່ຈະໄດ້ຮັບທຶນປະກອບສ່ວນຈາກໂຄງການ LURAS, ເຊິ່ງຄະນະກຳມະການຈາກ ພະແນກກະສິກຳ, ອຸດສາຫະກຳການຄ້າ, ໂຄງການ, ຊາວໜຸ່ມແຂວງ ແລະ ຕົວແທນຈາກຜູ້ປະກອບການ ໄດ້ປະເມີນ ແລະ ໃຫ້ຄະແນນ ຕໍ່ກັບ 22 ແຜນທຸລະກິດຂອງໄວໜຸ່ມ ແຂວງຊຽງຂວາງ ທີ່ໄດ້ພັດທະນາມາຈົນສໍາເລັດ ເພື່ອຊິງທຶນທຸລະກິດລິເລີ່ມຂອງຕົນ ແລະ ນໍາໄປປັບປຸງ ພັດທະນາກິດຈະການຂອງຕົນເອງ.

Unknown's avatar

Author: laotea

Lao Tea Appreciation network

Leave a comment