
ສະບາຍດີທຸກຄົນ, ສິ້ນສຸດການລໍຄອຍ! ທາງໂຄງການໄດ້ເປີດຮັບໄອເດຍໃນການເຮັດໂຄງການແລ້ວເດີ້. ໂຄງການ “ກັບບ້ານກັນ” ເປີດໃຫ້ນ້ອງໆໄດ້ສະໝັກແລ້ວ!!
ໂຄງການ “ກັບບ້ານກັນ” ເປັນໂຄງການທີ່ໃຫ້ທຶນຂະໜາດນ້ອຍກັບນ້ອງໆນັກສຶກສາບໍ່ວ່າຈະເປັນລະດັບວິຊາຊີບ, ວິທະຍາໄລ ແລະ ມະຫາວິທະຍາໄລ. ໄດ້ທົດລອງເຮັດໂຄງການທີ່ຕົນເອງໄດ້ຄິດເອງ, ສ້າງເອງ, ລົງມືປະຕິບັດເອງ, ຕິດຕາມ ແລະ ສະຫຼຸບໂຄງການດ້ວຍຕົວເອງ.
ເຊິ່ງທຶນຂະໜາດນ້ອຍນີ້ແມ່ນ 10.000.000 ກີບ/ທຶນ ມີຈຳນວນ 8 ທຶນ! ແລະ ທຶນຂະໜາດນ້ອຍອີກ 15.000.000 ກີບ/ທຶນ ມີຈຳນວນ 2 ທຶນ ສຳຫຼັບ Alumni ຫຼື ຜູ້ທີ່ເຄີຍໄດ້ຮັບທຶນຈາກໂຄງການ ”ກັບບ້ານກັນ”
ນອກຈາກນີ້, ພວກເຮົາຍັງໄດ້ມີການຈັດຝຶກອົບຮົມສອນກ່ຽວກັບການສ້າງແຜນກິດຈະກຳ, ແຜນງົບປະມານ ແລະເຄື່ອງມືຕ່າງໆທີ່ໃຊ້ໃນຂະບວນການສ້າງແຜນໂຄງການ ສຳລັບຜູ້ທີ່ຕ້ອງການ. ຖ້າບໍ່ມີປະສົບການ ຫຼື ບໍ່ເຄີຍເຮັດໂຄງການມາກ່ອນ ບໍ່ເປັນຫຍັງພວກເຮົາຊ່ວຍນ້ອງໆໄດ້!!
ເງື່ອນໄຂໃນການສະໝັກໂຄງການ:
- ພາຍໃນກຸ່ມຕ້ອງມີສະມາຊິກຢ່າງຕໍ່າ 2 ຄົນ, ຄົນໜຶ່ງເປັນຄົນນະຄອນຫຼວງ ແລະ ອີກຄົນແມ່ນມາຈາກຕ່າງແຂວງ.
- ພື້ນທີ່ໃນການເຮັດໂຄງການຕ້ອງເປັນພື້ນທີ່ນອກນະຄອນຫຼວງທີ່ເປັນບ້ານເກີດຂອງສະມາຊິກພາຍໃນກຸ່ມ
- ຫາກພາຍໃນກຸ່ມມີສະມາຊິກທີ່ເປັນຄົນຊົນເຜົ່າ ຫຼື ແມ່ຍິງຈະພິຈາລະນາເປັນພິເສດ
- ສາມາດດຳເນີນໂຄງການໃນຊ່ວງໄລຍະເດືອນ 1 – 4/2023
- ສະມາຊິກທຸກຄົນຕ້ອງເປັນນັກສຶກສາລະດັບປະລິນຍາຕີລົງມາ ແລະ ມີອາຍຸໃນລະຫວ່າງ 18-25 ປີ ພວກເຮົາຈະມີການຈັດຝຶກອົບຮົມການສ້າງແຜນໂຄງການ ແລະ ແຜນງົບປະມານ ໃນວັນທີ 5-6/11/2022
ອ່ານເງື່ອນໄຂຄົບແລ້ວຖ້າຫຍັງຢູ່?


ສະໝັກເລີຍ!!ສາມາດສະໝັກຕາມລິ້ງນີ້ເລີຍ:https://forms.gle/eNDUTxbF4sWgqQrbA
ເຮົາຈະປິດຮັບສະໝັກແຜນໂຄງການສະບັບຫຍໍ້ແມ່ນວັນທີ 30/10/2022, ເວລາ 23:59 ເປະ!
ຖ້າສົນໃຈສອບຖາມຂໍ້ມູນເພີ່ມເຕີມໄດ້ທີ່:
030 5747 959 ຫ້ອງການສະເຕ່ວລ້າ
020 5882 7886 ບ່ອຍ
ຫຼື ສາມາດ Inbox ຖາມເຂົ້າໄປໃນເພຈ “ກັບບ້ານກັນ” ໄດ້ເລີຍ!
