ການລົງເຄື່ອນໄຫວວຽກງານກິດຈະກຳສົ່ງເສີມໄວໜຸ່ມໃຫ້ເຂົ້າເຖິງວຽກເຮັດງານທຳ ແລະ ເປັນຜູ້ລິເລີ່ມດ້ານກະສິກຳ ທີ່ແຂວງ ອຸດົມໄຊ.

ໃນວັນທີ 27-29 ກໍລະກົດ 2022 ທີ່ຜ່ານມາ ທ່ານ ນາງ ສຸດທິດາ ມຸງຄຸນສະຫວັດ ຫົວໜ້າຫ້ອງການພາກສະໜາມ ແລະ ທີ່ປຶກສາວຽກສົ່ງເສີມໄວໜຸ່ມ ແລະ ນາງ ແໝ່ມ ໝັ້ນລົມ ຜູ້ປະສານງານໄວໜຸ່ມ ຈາກໂຄງການ LURAS ພ້ອມດ້ວຍທີມງານ ໄດ້ລົງເຄື່ອນໄຫວເຮັດວຽກ ກັບຄະນະຊາວໜຸ່ມແຂວງ ອຸດົມໄຊ ໂດຍການຕ້ອນຮັບຈາກສະຫາຍ ຄຳແບ່ງ ຈັນມະນີ ຮອງເລຂາຄະນະ ບໍລິຫານງານຊາວໜຸ່ມແຂວງ.

ຈຸດປະສົງ ແມ່ນລົງເຄື່ອນໄຫວວຽກງານໂຄງການໂດຍສະເພາະແມ່ນກິດຈະກຳສົ່ງເສີມໄວໜຸ່ມໃຫ້ເຂົ້າເຖິງວຽກເຮັດງານທຳ ແລະ ເປັນຜູ້ລິເລີ່ມດ້ານກະສິກຳ. ກິດຈະກຳດັ່ງກ່າວ ແມ່ນສົ່ງເສີມໄວໜຸ່ມທີ່ມີ ອາຍຸ 18 – 28 ປີ, ເພື່ອສະໜັບສະໜູນໄວໜຸ່ມທີ່ມີຄວາມສົນໃຈ ປະກອບອາຊີບການລິເລີ່ມໃນຂະແໜງການກະສິກຳຫຼາຍຂຶ້ນ ແລະ ລຸດຜ່ອນການເຄື່ອນຍ້າຍແຮງງານຂອງໄວໜຸ່ມ.

ກິດຈະກຳນີ້ ຈະຈັດຕັ້ງປະຕິບັດ ແຕ່ປີ 2023-2025 ເປັນໄລຍະ 3 ປີ ແລະ ກວມເອົາ 7 ເມືອງ ຂອງແຂວງອຸດົມໄຊ. ຄະນະທີມງານຈາກໂຄງການ LURAS ແລະ ຄະນະຊາວໜຸ່ມໄດ້ວາງແຜນຮ່ວມກັນ ເຊິ່ງແຜນຄາດຄະເນເບື້ອງຕົ້ນ ແມ່ນຈະໄດ້ເລີ່ມຈັດຕັ້ງປະຕິບັດທ້າຍປີ 2022 ໃນການປະກາດຮັບສະໝັກ ໄວໜຸ່ມເພື່ອເຂົ້າຮ່ວມໂຄງການດັ່ງກ່າວ.

ຂໍ້ມູນຈາກ: ຂ່າວຊາວໜຸ່ມແຂວງ ອຸດົມໄຊ

ພິທີປິດການຝຶກອົບຮົມໄລຍະສັ້ນໃຫ້ແກ່ໄວໜຸ່ມ ແຂວງຊຽງຂວາງ ແລະ ແຂວງຫົວພັນ.

ໃນວັນທີ 2 ສິງຫາ 2022 ທີ່ຜ່ານມາ ໄດ້ມີການຈັດພິທີປິດຊຸດຝຶກອົບຮົມໄລຍະສັ້ນໃຫ້ແກ່ໄວໜຸ່ມ ແຂວງ ຊຽງຂວາງ ແລະ ແຂວງ ຫົວພັນ ທີ່ຫ້ອງປະຊຸມຂອງ ວິທະຍາໄລກະສິກຳ ແລະ ປ່າໄມ້ ພາກເໜືອ, ໂດຍການເປັນປະທານ ຂອງ ທ່ານ ປອ. ອຸໄທ ສຸກຂີ ຮັກສາການອໍານວຍການ ວິທະຍາໄລກະສິກຳ ແລະ ປ່າໄມ້ ພາກເໜືອ, ທ່ານ ນາງ ສຸດທິດາ ມຸງຄຸນສະຫວັດ ຫົວໜ້າຫ້ອງການພາກສະໜາມ ແລະ ທີ່ປຶກສາວຽກງານສົ່ງເສີມໄວໜຸ່ມ ໂຄງການບໍລິການ-ສົ່ງເສີມກະສິກໍາຮອບດ້ານ, ທ່ານ ນາງ ແໝ່ມ ໝັ້ນລົມ ຜູ້ປະສານງານສົ່ງເສີມຜູ້ປະກອບການໄວໜຸ່ມເຂດຊົນນະບົດ, ມີບັນດາຄູຝຶກ ພ້ອມດ້ວຍນັກສໍາມະນາກອນ ເຂົ້າຮ່ວມ.

ການຝຶກອົບຮົມນີ້ແມ່ນເລີ່ມແຕ່ ວັນທີ 4 ກໍລະກົດ ຫາ ວັນທີ 2 ສິງຫາ 2022, ໂດຍມີນັກສໍາມະນາກອນເຂົ້າຮ່ວມຝຶກອົບຮົມທັງໝົດ 30 ຄົນ, ໃນນັ້ນມີແມ່ຍິງ 12 ຄົນ. ການຝຶກອົບຮົມແມ່ນມີທັງໝົດ 7 ຫົວຂໍ້ຄື: ເຕັກນິກການລ້ຽງ ແລະ ປະສົມພັນ ປາ-ກົບ, ເຕັກນິກການລ້ຽງໝູ, ເຕັກນິກການລ້ຽງແບ້, ເຕັກນິກການຂະຫຍາຍພັນພືດ, ເຕັກນິກການປູກເຫັດ-ຜະລິດຫົວເຊື້ອເຫັດ, ເຕັກນິກການປູກຜັກແບບກະສິກຳອິນຊີ ແລະ ເຕັກນິກການແປຮູບສະໝຸນໄພ.

ໃນການຝຶກອົບຮົມ ໄວໜຸ່ມ ໄດ້ຮຽນຮູ້ພາກທິດສະດີຢູ່ໃນຫ້ອງຮຽນ ແລະ ໄດ້ລົງເຮັດພາກປະຕິບັດໃນສະຖານທີ່ຕົວຈິງ. ຜ່ານການປະເມີນຄວາມເພິ່ງພໍໃຈ ຂອງນັກສໍາມະນາກອນໃນການຝຶກອົບຮົມ ທັງ 7 ຫົວຂໍ້ ກວມເອົາ 92,77 %, ຫຼັງການທັດສະນະສຶກສາຕົວຈິງ ກວມເອົາ 89,61 % ແລະ ຄວາມເພິ່ງພໍໃຈຂອງຄູຝຶກຕໍ່ກັບນັກສໍາມະນາກອນ ກວມເອົາ 96,86 %. ຫຼັງຈາກນັ້ນ ກໍໄດ້ມອບໃບຢັ້ງຢືນການຝຶກອົບຮົມໃຫ້ແກ່ນັກສຳມະນາກອນທັງໝົດຢ່າງສົມກຽດ.

ຂໍ້ມູນຂ່າວຈາກ: ວິທະຍາໄລກະສິກຳ ແລະ ປ່າໄມ້ ພາກເໜືອ

ຜະລິດຕະພັນ ຈາກສະໝຸນໄພພື້ນບ້ານ ຂອງຜູ້ເຂົ້າຮ່ວມໂຄງການ AGREE 2 ແຂວງຫົວພັນ.

ອັນນິດາ ໜຶ່ງໃນຜູ້ສະໜັກກິດຈະກຳ AGREE 2 ແຂວງຫົວພັນ, ໄດ້ເພີ່ມມູນຄ່າ ສະໝຸນໄພພື້ນບ້ານ ໂດຍການນໍາເອົາ ຂີ້ໝິ້ນ, ຂິງ, ຫົວສີໄຄ, ໝາກແຄ່ນ ແລະ ໝາກຂີ້ຫູດ ມາຕາກແຫ້ງ ເພື່ອຍືດອາຍຸການເກັບຮັກສາໄວ້ໄດ້ດົນ. ນອກຈາກນັ້ນຍັງໄດ້ນຳເອົາ ສະໝຸນໄພພື້ນເມືອງມາແປຮູບເປັນຜະລິດຕະພັນອຸປະໂພກ ເຊິ່ງລວມມີ: ສະເປສີດກັນຍຸງ, ຢາສະຜົມ ແລະ ສະບູ.

ຜະລິດຕະພັນອຸປະໂພກດັ່ງກ່າວນີ້ແມ່ນທຸລະກິດລິເລີ່ມຂອງໄວໜຸ່ມ AGREE 2 ແຂວງຫົວພັນ, ປັດຈຸບັນ ສິນຄ້າດັ່ງກ່າວແມ່ນ ໄດ້ມີການວາງຈຳໜ່າຍພຽງພາຍໃນຕົວເມືອງ ແລະ ຈະມີແຜນການຂະຫຍາຍສາຂາວາງຈຳໜ່າຍໃຫ້ກວ້າງຂວາງອີກໃນອະນາຄົດ.

ໄວໜຸ່ມຈຳນວນ 30 ຄົນ ໄດ້ຮັບທຶນໃນການລິເລີ່ມທຸລະກິດຂະໜາດນ້ອຍ ພາຍໃຕ້ໂຄງການ (YCRP).

ໃນວັນທີ 22 ກໍລະກົດ 2022 ທີ່ຜ່ານມາ ໄວໜຸ່ມ  30 ຄົນ ລວມມີ: ເມືອງ ຈຳປາສັກ 16 ຄົນ, ສຸຂຸມາ 2 ຄົນ, ໂພນທອງ 6 ຄົນ, ນະຄອນປາກເຊ 2 ຄົນ, ປາກຊ່ອງ 1 ຄົນ, ບາຈຽງ 1 ຄົນ, ສະນະສົມບູນ 1 ຄົນ ແລະ ເມືອງ ປະທຸມພອນ 1 ຄົນ ໄດ້ຮັບທຶນສໍາລັບລິເລີ່ມທຸລະກິດຂະໜາດນ້ອຍ ປະເພດຕ່າງໆ ລວມມີ ຕັດຫຍິບ, ລ້ຽງສັດ, ການປະມົງ, ປູກຝັງ, ສັດຕະວະແພດ, ປຸງແຕ່ງອາຫານ, ສ້ອມແປງລົດຍົນ ແລະ ຊ່າງໄຟຟ້າ ໃນມູນຄ່າທັງໝົດກວ່າ 299 ລ້ານກີບ ພາຍໃຕ້ໂຄງການ ໄວໜຸ່ມເພື່ອການປັບຕົວ ແລະ ເຂົ້າເຖິງໂອກາດທີ່ຫຼາກຫຼາຍ ໃນສະພາບການລະບາດຂອງພະຍາດ COVID 19 (YCRP), ທີ່ວິທະຍາໄລ ຄູປາກເຊ. ໂຄງການດັ່ງກ່າວ ໄດ້ຮັບການສະໜັບສະໜຸນຈາກ ອົງການ ການຮ່ວມມື ເພື່ອການພັດທະນາ ຂອງປະເທດສະວິດເຊີແລນ (SDC) ແລະ ອົງການ ເຮວວິຕັດ (Helvetas).

ໂດຍເປົ້າໝາຍຂອງໂຄງການແມ່ນເລັ່ງໃສ່ການສ້າງໂອກາດໃຫ້ໄວໜຸ່ມ ແລະ ແຮງງານເຄື່ອນຍ້າຍກັບພູມລຳເນົາຂອງຕົນ ເນື່ອງຈາກໄດ້ຮັບຜົນກະທົບຈາກການລະບາດຂອງພະຍາດໂຄວິດ-19 ໃຫ້ສາມາດສ້າງລາຍໄດ້ໃຫ້ແກ່ໄວຫນຸ່ມເຫຼົ່ານັ້ນ ລວມໄປເຖິງການແກ້ໄຂບັນຫາຄວາມຮຸນແຮງທາງເພດ ແລະ ການເຄື່ອນຍ້າຍແຮງງານທີ່ຖືກຕ້ອງຕາມກົດໝາຍ.

ຍິນດີຕ້ອນຮັບທ່ານສູ່ ໄວໜຸ່ມລາວ

ພວກເຮົາ ໄດ້ລວບລວມຂໍ້ມູນ ດ້ານການເຊື່ອມໂຍງ, ການເຄື່ອນໄຫວ, ການສົ່ງເສີມວຽກງານໄວໜຸ່ມ ໃນຂົງເຂດກະສິກໍາ ແລະ ປ່າໄມ້ແບບຍືນຍົງ ທີ່ທາງພາກລັດ, ເອກະຊົນ ແລະ ອົງການຈັດຕັ້ງຕ່າງໆໄດ້ສົ່ງເສີມ. ພ້ອມດຽວກັນນັ້ນ ພວກເຮົາຍັງໄດ້ເນັ້ນໃສ່ ການສົ່ງເສີມໄວໜຸ່ມຂອງໂຄງການ LURAS ແລະ ໂຄງການ SURAFCO ທີ່ໄດ້ຈັດຕັ້ງຢູ່ ວິທະຍາໄລກະສິກຳ ແລະ ປ່າໄມ້ ເຊິ່ງຂື້ນກັບກະຊວງກະສິກຳ ໃນປີ 2016 ເປັນຕົ້ນມາ.
ນອກນັ້ນ ຍັງໄດ້ເນັ້ນໃສ່ບົດຮຽນການຜັນຂະຫຍາຍວຽກງານສົ່ງເສີມໄວໜຸ່ມ ຢູ່ຊົນນະບົດ ທີ່ໄດ້ຮ່ວມມືກັບ ຄະນະຊາວໜຸ່ມປະຊາຊົນປະຕິວັດລາວຢູ່ 4 ແຂວງຄື: ຊຽງຂວາງ, ຫົວພັນ, ຫລວງພະບາງ ແລະ ອຸດົມໄຊ.

ໂຄງການ LURAS ໄດ້ ເລີ່ມຈັດຕັ້ງປະຕິບັດ ກິດຈະກໍາໃນການສົ່ງເສີມໄວໜຸ່ມ ມາແຕ່ປີ 2016 ແລະ ຈະດໍາເນີນໄປເຖິງ ປີ 2025, ເຊິ່ງໄດ້ຮັບການສະໜັບສະໜູນທຶນໂດຍ ອົງການຮ່ວມມືເພື່ອການພັດທະນາຂອງປະເທດສະວິດສ (SDC).
 
ຫວັງຢ່າງຍິ່ງວ່າຂໍ້ມູນທີ່ມີຢູ່ໃນເວບໄຊທນີ້ຈະເປັນປະໂຫຍດໃຫ້ກັບບັນດາທ່ານ. ສຳລັບຂໍ້ມູນເພີ່ມເຕີມສາມາດສອບຖາມຈາກພວກເຮົາໄດ້ທີ່ນີ້.

ການລົງເຄື່ອນໄຫວຝຶກງານ ແລະ ເຂົ້າຮ່ວມພິທີ ປ່ອຍປາ ຂອງໄວໜຸ່ມໃນກິດຈະກຳ AGREE 4.

ນ້ອງໆໄວໜຸ່ມໃນກິດຈະກຳ AGREE 4 (ກິດຈະກໍາ ສົ່ງເສີມໄວໜຸ່ມໃຫ້ເຂົ້າເຖິງວຽກເຮັດງານທໍາ ແລະ ເປັນຜູ້ປະກອບການລິເລີ່ມໃນຂະແໜງການກະສິກຳ ໄລຍະ 4 ແຂວງຊຽງຂວາງ), ແລະ AGREE 2 ແຂວງຫົວພັນ ໄດ້ເຄື່ອນໄຫວຝຶກງານຢູ່ວິທະຍາໄລກະສິກຳ ແລະ ປ່າໄມ້ພາກເໜືອ (ວກປໜ) ແລະ ເຂົ້າຮ່ວມພິທີ ປ່ອຍປາ ແລະ ອະນຸລັກສັດນໍ້າ-ສັດປ່າ ແຫ່ງຊາດ.

ໃນວັນທີ 12 ກໍລະກົດ 2022 ທີ່ຜ່ານມາ ນ້ອງໆໄວໜຸ່ມໃນກິດຈະກໍາ AGREE 4 ທີ່ກໍາລັງລົງຮຽນຮູ້ທັກສະວິຊາການກະສິກຳໃນພາກປະຕິບັດຕົວຈິງລວມມີ: ການລ້ຽງກົບ-ປາ, ລ້ຽງໝູ, ລ້ຽງແບ້, ລ້ຽງໄກ່, ສັກຢາກັນ ແລະ ປິ່ນປົວພະຍາດ, ເຮັດສວນກ້າເບ້ຍໄມ້ ແລະ ແປຮູບຜະລິດຕະພັນກະສິກຳ. ນອກຈາກນີ້ບັນດານ້ອງໆກໍ່ໄດ້ເຂົ້າຮ່ວມ ໃນພິທີ ປ່ອຍປາ ແລະ ອະນຸລັກສັດນໍ້າ-ສັດປ່າ ແຫ່ງຊາດ ທີ່ທາງວິທະຍາໄລກະສິກຳ ແລະ ປ່າໄມ້ ພາກເໜືອ ໄດ້ຈັດຂຶ້ນອີກດ້ວຍ.

ກິດຈະກຳ AGREE 4 ເປັນກິດຈະກໍາໜຶ່ງຂອງຄະນະບໍລິຫານງານຊາວໜຸ່ມແຂວງຊຽງຂວາງ ແລະ AGREE 2 ແມ່ນຈັດຕັ້ງປະຕິບັດໂດຍຊາວໜຸ່ມແຂວງຫົວພັນ ທີ່ສະໜັບສະໜຸນໂດຍໂຄງການ LURAS, ສຳລັບກິດຈະກຳດັ່ງກ່າວນີ້ແມ່ນໄດ້ເລີ່ມຈັດສົ່ງໄວໜຸ່ມລົງຝຶກງານໃນຫົວຂໍ້ຂອງໃຜລາວ ຕາມສະຖານທີ່ຝຶກງານນຳພາກລັດ ແລະ ເອກະຊົນ ຕັ້ງແຕ່ວັນ 4 ກໍລະກົດ 2022 ເປັນຕົ້ນມາ, ເຊິ່ງປັດຈຸບັນ ການເຄື່ອນໄຫວຝຶກງານຂອງນ້ອງໆໄວໜຸ່ມທັງສອງແຂວງ ກໍເປັນເວລາເກືອບ 2 ອາທິດແລ້ວ.


ວິດີໂອການສຳພາດ ຊາວກະສິກອນຈາກ 8 ແຂວງທົ່ວປະເທດ

ວິດີໂອດັ່ງກ່າວ ມີຈຸດປະສົງໃນການສຶກສາຄວາມຕ້ອງການຂອງໄວໜຸ່ມ ແລະ ຊອກຫາວິທີທາງຊ່ວຍເຫຼືອເຂົາເຈົ້າໃນການຜະລິດກະສິກຳ. ເຊິ່ງໄດ້ຮັບການສະໜັບສະໜຸນໂດຍ ໂຄງການ ບໍລິການສົ່ງເສີມກະສິກຳຮອບດ້ານ LURAS.