ນາງ ເຢີມົວ ຫວາກູ້ ກາຍເປັນຕົວແບບ ການລ້ຽງໝູຂຸມ ອີນຊີ ບ້ານລີ່ ເມືອງແປກ ແຂວງຊຽງຂວາງ

ນາງ ເຢີມົວ ຫວາກູ້, ອາຍຸ 27 ປີ, ຊົນເຜົ່າມົ້ງ, ບ້ານລີ່, ເມືອງແປກ, ແຂວງຊຽງຂວາງ ໄດ້ຮັບທຶນຈາກໂຄງການລູລັດ ເພື່ອສົ່ງເສີມໄວໜຸ່ມ ໃນປີ 2019 ທັງໝົດແມ່ນ 8,662,000 ກີບ (ແປດລ້ານຫົກແສນຫົກສິບສອງພັນກີບ) ເພື່ອເຮັດທຸລະກິດ ລ້ຽງໝູຂຸມ ເພາະຕົນເອງຮຽນຈົບລ້ຽງສັດ ແລະ ແມ່ກໍ່ລ້ຽງໝູລາດມາກ່ອນ.

ການລ້ຽງໝູຂຸມ ສາມາດສ້າງລາຍຮັບໃຫ້ແກ່ຄອບຄົວ. ລາຄາຂາຍ 100,000 ກີບຕໍ່ໂລ ແລະ ຂາຍຝຸ່ນຂີ້ໝຸນ ເຊິ່ງມີຕະຫຼາດຮອງຮັບດີ.

ຕິດຕາມທຸລະກິດຂອງ ເຢມົວ ໄດ້ທີ່ ເພສບຸກເພສ: ກະສິກຳອິນຊີຫຼັງບ້ານ by-couamoua.

ອີ່ຮວກເງິນລ້ານ

ນາງ ສຸວັນນາ ສົມຈັນມະວົງ, ອາຍຸ 24 ປີ, ປັດຈຸບັນຢູ່ບ້ານ ໜອງຊາຍ, ເມືອງ ຫ້ວຍຊາຍ, ແຂວງ ບໍ່ແກ້ວ. ໄດ້ຮັບທຶນຈາກໂຄງການໃນປີ 2018 ເປັນມູນຄ່າທັງໝົດແມ່ນ 16,000,000 ກີບ (ສິບຫົກລ້ານກີບ) ເພື່ອປະກອບທຸລະກິດ ລ້ຽງກົບ, ລ້ຽງອີ່ຮວກ ແລະ ປູກຜັກ. ປັດຈຸບັນແມ່ນ ລ້ຽງກົບ, ລ້ຽງເປັດ, ລ້ຽງໄກ່, ປູກຜັກບົ່ວ, ຜັກບົ້ງ ແລະ ປູກສາລີ.

ທຸລະກິດ ໜໍ່ໄມ້ທອດສະໝຸນໄພ-ນາງ ເນົ້າ ຕ້ອນ

ນາງ ເນົ້າຕ້ອນ, ບ້ານ ສົມໄຊ, ເມືອງຍອດອູ ແຂວງຜົ່ງສາລີ ໄດ້ຮັບທຶນຈາກໂຄງການ Agree 2.2 ເພື່ອດຳເນີນທຸລະກິດໜໍ່ໄມ້ທອດສະໝຸນໄພ.