ຄູ່ຮ່ວມພັດທະນາ

AGREE ຫຍໍ້ມາຈາກ ‘ການສົ່ງເສີມໄວໜຸ່ມເຂດຊົນນະບົດ ໃຫ້ເຂົ້າເຖິງວຽກເຮັດງານທໍາ ແລະເປັນຜູ້ປະກອບການໃນທຸລະກິດກະສິກໍາສີຂຽວ’.  ກິດຈະກໍາດັ່ງກ່າວແມ່ນຈັດຕັ້ງປະຕິບັດພາຍໃຕ້ຍຸດທະສາດຂອງໂຄງການ LURAS ວ່າດ້ວຍການສົ່ງເສີມໄວໜຸ່ມໃຫ້ມີສ່ວນຮ່ວມ (YES!)

AGREE ມຸ່ງຫວັງທີ່ຈະສ້າງໂອກາດ ແລະ ສ້າງກໍາໄລໃຫ້ແກ່ໄວໜຸ່ມຢູ່ເຂດຊົນນະບົດທີ່ຕ້ອງການທີ່ຈະຢູ່ຊຸມຊົນຂອງຕົນເອງ ແລະ ເພື່ອປະກອບສ່ວນເຂົ້າໃນການພັດທະນາສະພາບເສດຖະກິດຂອງທ້ອງຖິ່ນໃຫ້ເຂັ້ມແຂງ. 

AGREE ໄດ້ຈັດຕັ້ງປະຕິບັດທໍາອິດໃນປີ 2016 ທີ່ ວິທະຍາໄລກະສິກໍາ ແລະ ປ່າໄມ້ພາກເໜືອ (NAFC) ທີ່ແຂວງຫຼວງພະບາງ ໂດຍການປະສານຮ່ວມມືກັບໂຄງການ SURAFCO. ກິດຈະກໍາທີ່ໄດ້ຈັດຕັ້ງປະຕິບັດແມ່ນເລີ່ມການຝຶກອົບຮົມທີ່ມີຫລາຍຫົວຂໍ້ ໃຫ້ແກ່ນັກສຶກສາປີສຸດທ້າຍຂອງວິທະຍາໄລ ກ່ຽວກັບການວາງແຜນທຸລະກິດ.  ຫຼັງຈາກນັ້ນ ບັນດາທີມນັກສຶກສາໄດ້ແຂ່ງຂັນກັນ ນໍາສະເໜີແຜນທູລະກິດທີ່ໜ້າສົນໃຈທີ່ສຸດ

ໃນປີ 2019, LURAS ໄດ້ລິເລີ່ມກິດຈະກໍາ AGREE ຢູ່ແຂວງຊຽງຂວາງ ໂດຍເຮັດວຽກຮ່ວມກັບຄະນະບໍລິຫານຊາວໜຸ່ມແຂວງ. ກິດຈະກໍາດັ່ງກ່າວແມ່ນເປີດກ້ວາງໃຫ້ໄວໜຸ່ມເຂດຊົນນະບົດທຸກຄົນທີ່ມີອາຍຸແຕ່ 15 – 28 ປີ ໂດຍບໍ່ຈໍາກັດລະດັບການສຶກສາ.  ສໍາລັບຜູ້ສະໝັກທີ່ຖືກຄັດເລືອກ ຈະໄດ້ເຂົ້າຮ່ວມການຝຶກງານດ້ານວິຊາການກັບບໍລິສັດໃນທ້ອງຖິ່ນ ຫຼື ເຂົ້າຮ່ວມການເຝິກອົບຮົມໄລຍະສັ້ນໃນຫົວຂໍ້ທີ່ເຂົາເຈົ້າເລືອກທີ່ຈະເຮັດ ກ່ອນໜ້າທີ່ຈະເຂົ້າຮ່ວມການເຝິກອົບຮົມກ່ຽວກັບການຂຽນແຜນທຸລະກິດ.

YOU GO! (ກ້າວໄປພ້ອມກັນ) ເປັນໂຄງການ ອົງການ HELVETAS ແລະ Fondation Assistance Internationale ທີ່ສະໜັບສະໜູນທຸກຄວາມຄິດລິເລີ່ມຂອງສັງຄົມໃນການພັດທະນາແບບຍຶນຍົງ ທັງເປັນຂົວເຊື່ອມຕໍ່, ເວທີແລກປ່ຽນປະສົບການ ແລະ ສົ່ງເສີມຄວາມຄິດເຫັນຂອງໄວໜຸ່ມ ແລະ ຊຸມຊົນໃນສັງຄົມ ເພື່ອປະກອບສ່ວນ ແລະ ມີສ່ວນຮ່ວມເຂົ້າໃນການພັດທະນາແບບຍືນຍົງ, ແບບລວມສູນໃນ ສປປ ລາວ. YOU GO! (ກ້າວໄປພ້ອມກັນ) ຮ່ວມກັບ Stella ສະເຕ່ວລ້າ ໄດ້ ຈັດເຝິກອົບຮົມ ແລະ ອຳນວຍຄວາມສະດວກ ການຈັດແບ່ງທຶນຂະໜາດນ້ອຍໃນໂຄງການກັບບ້ານກັນ.